• Home
  • Services
  • Our story
  • Galleries
  • Career
  • Contact
  • Blog
WASTE PRO GROUP
  • Home
  • Services
  • Our story
  • Galleries
  • Career
  • Contact
  • Blog

European Green Deal

27/7/2021

 
Picture
​EU ວາງແຜນປ່ອຍຄາບອນເປັນສູນໃນປີ 2050
ສະຫະພາບເອີຣົບເຜີຍແຜນ European Green Deal ຕໍ້ສູ້ກັບວິກິດສະພາບພູມອາກາດ-ວິກິດທຳມະຊາດ ເລັ່ງປູກຕົ້ນໄມ້ 3 ພັນລ້ານຕົ້ນ ຍົກເລີກຂາຍລົດຍົນໃຊ້ນ້ຳມັນ ສ້າງພະລັງງານໝຸນວຽນສູ່ເປົ້າໝາຍຄາບອນເປັນສູນໃນປີ 2050

ວັນທີ 14 ກໍລະກົດ ສະຫະພາບເອີຣົບສະເໜີແຜນກົດໝາຍຕໍ່ສູ້ສະພາວະໂລກຮ້ອນ ໂດຍໃນແຜນໄດ້ຕັ້ງເປົ້າໝາຍມາດຕະການຕ່າງໆເພື່ອທີ່ຈະບັນລຸເປົ້າໝາຍຫຼຸດກ໊າສເຮືອນແກ້ວໃຫ້ໄດ້ 55% ພາຍໃນປີ 2030 (ຈາກລະດັບຊ່ວງປີ 1990) ເພື່ອມຸ່ງສູ່ເປົ້າໝາຍໃຫຍ່ທີ່ຈະເປັນກາງທາງຄາບອນໃນປີ 2050
ໂດຍໄດ້ມີການເຜີຍຮ່າງກົດໝາຍທີ່ຈະມີສ່ວນຊ່ວຍໃນການຫຼຸດມົນລະພິດ ຜັກດັນພະລັງງານໜຸນວຽນ ຜັກດັນຍານຍົນໄຮ້ມົນລະພິດ ແລະ ເປົ້າໝາຍຫຼຸດກ໊າສເຮືອນແກ້ວ ປົກປ້ອງ ແລະ ຟື້ນຟູທຳມະຊາດ ເຊິ່ງກົດໝາຍນີ້ຈະຕ້ອງຜ່ານການຕົກລົງໂດຍລັດຖະມົນຕີສະຫະພາບເອີຣົບ ແລະ ສະມາຊິກລັດຖະສະພາ ໂດຍຫວັງໃຫ້ຜ່ານການຕົກລົງໃນປີ 2022 ເພື່ອທີ່ຈະບັນລຸເປົ້າໝາຍໄດ້.
Frans Timmermans ຮອງປະທານຄະນະກຳມາທິການເອີຣົບ (European Commission) ເຜີຍວ່າມັນເປັນເລື່ອງຍາກ ແຕ່ກໍເປັນໜ້າທີ່ທີ່ຈຳເປັນ “ຫາກເຮົາລະທີ້ງໜ້າທີ່ໃນການຊ່ວຍເຫຼືອມວນມະນຸດໃຫ້ຢູ່ໃນຂອບເຂດຂອງໂລກ ອາດເປັນຄວາມລົ້ມເຫຼວຂອງເຮົາຕໍ່ລູກຫຼານ ເຊິ່ງມຸມມອງຂອງຂ້ອຍ ຫາກເຮົາບໍ່ແກ້ໄຂ ຈະເຮັດໃຫ້ພວກເຂົາຕ້ອງຕໍ່ສູ້ສົງຄາມເພື່ອນ້ຳ ແລະ ອາຫານ”
ສຳລັບຮ່າງກົດໝາຍຂອງສະຫະພາບເອີຣົບໃນ European Green Deal ທີ່ມີການເຜີຍແພ່ມີບາງສ່ວນດັ່ງນີ້:
- ປູກຕົ້ນໄມ້ 3 ພັນລ້ານຕົ້ນທົ່ວສະຫະພາບເອີຣົບໃນປີ 2030 ແລະ ປົກປ້ອງຜືນປ່າເກົ່າແກ່
- ເພີ່ມສັດສ່ວນພະລັງງານຈາກແຫຼ່ງໝຸນວຽນເປັນ 40% ພາຍໃນປີ 2030
- ກຳນົດເປົ້າໝາຍເພີ່ມປະສິດທິພາບຂອງພະລັງງານ ຕັ້ງເປົ້າປັບປຸງອາຄານ 3% ໃນແຕ່ລະປີ
- ຫຼຸດມົນລະພິດຈາກລົດໃໝ່ 55% ພາຍໃນປີ 2030 ແລະ 100% ໃນປີ 2035 ຍຸດຕິລົດເຄື່ອງຍົນທີ່ໃຊ້ນ້ຳມັນ
- ກຳນົດໃຫ້ລັດຖະບານຕ້ອງຕິດຕັ້ງສະຖານີສາກໄຟສຳລັບລົດຍົນທີ່ບໍ່ໃຊ້ເຊື້ອເພີງຟອດຊິວ ຕັ້ງເປົ້າໃຫ້ມີສະຖານີສາກລົດໄຟຟ້າທຸກໆ 60 ກິໂລແມັດ ແລະ ສະຖານີໄຮໂດຣເຈນທຸກໆ 150 ກິໂລແມັດ
- ກຳນົດມາດຕະການກ່ຽວກັບດ້ານການປ່ອຍກ໊າສເຮືອນແກ້ວຈາກເຮືອຂົນສົ່ງຂະໜາດໃຫຍ່ ແລະ ສາຍການບິນ ລວມເຖິງຕ້ອງໃຊ້ເຊື້ອເພີງທີ່ຍືນຍົງ
ນອກຈາກນີ້ ການປະຊຸມທີ່ສຳຄັນທີ່ຈະມີສ່ວນຜັກດັນການແກ້ໄຂບັນຫາວິກິດສິ່ງແວດລ້ອມລະດັບໂລກຄື ການປະຊຸມສະມັດຊາ ປະເທດພາຄີອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບພູມອາກາດ ຄັ້ງທີ 26 (COP26) ທີ່ຈະມີການຈັດຂື້ນໃນເມືອງກລາສໂກ ສະຫະຣັດຊະອານາຈັກໃນເດືອນພະຈິກນີ້

Comments are closed.

    author

    Business Development Team.

    Archives

    February 2022
    July 2021

    RSS Feed

Powered by Create your own unique website with customizable templates.
  • Home
  • Services
  • Our story
  • Galleries
  • Career
  • Contact
  • Blog