• Home
  • Services
  • Our story
  • Galleries
  • Career
  • Contact
  • Blog
WASTE PRO GROUP
  • Home
  • Services
  • Our story
  • Galleries
  • Career
  • Contact
  • Blog

Carbon  Foot Print

15/7/2021

 
Picture
​Carbon Footprint ແມ່ນຫຍັງ?
Carbon Footprint ຄື ການວັດແທກປະລິມານກ໊າສເຮືອນແກ້ວທີ່ປ່ອຍອອກມາ ເຊິ່ງສາມາດປະເມີນໄດ້ລາຍຮູບແບບທັງລະດັບບຸກຄົນ, ຜະລິດຕະພັນ ແລະ ອົງກອນ ໂດຍຄຳນວນເປັນ TonCo2eທຽບເທົ່າ.

​Carbon Footprint ຂອງບຸກຄົນຄືປະລິມານການປ່ອຍກ໊າສເຮືອນແກ້ວຈາກກິດຈະກຳໃນຊີວິດປະຈຳວັນໄດ້ແກ່: ການໃຊ້ພະລັງງານໄຟຟ້າພາຍໃນທີ່ພັກອາໄສ, ການເດີນທາງ, ການບໍລິໂພກອາຫານ ແລະ ເຄື່ອງດື່ມ....
Carbon Footprint ຂອງຜະລິດຕະພັນຄື ປະລິມານກ໊າສເຮືອນແກ້ວທີ່ປ່ອຍອອກມາຕະຫຼອກວັດຖະຈັກຊີວິດຂອງຜະລິດຕະພັນຕັ້ງແຕ່ວັດຖຸດິບ ການຜະລິດ ການຂົນສົ່ງ ແລະ ການກະຈາຍສິນຄ້າ ການໃຊ້ງານ ແລະ ການຈັດການສິ່ງເສດເຫຼືອຂອງຜະລິດຕະພັນ
Carbon Footprint ຂອງອົງກອນເປັນເຄື່ອງມືສຳຄັນທີ່ຊ່ວຍໃຫ້ອົງກອນສາມາດວັດແທກການປ່ອຍ ແລະ ດູດກັບກ໊າສເຮືອນແກ້ວທີ່ເກີດຂື້ນຈາກກິດຈະກຳການດຳເນີນງານທັງໝົດຂອງອົງກອນ ເຊິ່ງໄດ້ແບ່ງອອກເປັນ 3 ປະເພດ:
- ປະເພດທີ 1: ການປ່ອຍກ໊າສເຮືອນແກ້ວທາງກົງຈາກການໃຊ້ເຊື້ອເພີງສາທາລະນຸປະໂພກທີ່ອົງກອນເປັນເຈົ້າຂອງ ການຮົ່ວໄຫຼຂອງສານເຮັດຄວາມເຢັນຂອງເຄື່ອງປັບອາກາດ
- ປະເພດທີ 2: ການປ່ອຍກ໊າສເຮືອນແກ້ວທາງອ້ອມທີ່ເກີດຈາກການໃຊ້ພະລັງງານໄຟຟ້າຄວາມຮ້ອນ ແລະ ອາຍນ້ຳທີ່ຊື້ຈາກແຫຼ່ງຜະລິດພາຍນອກເພື່ອໃຊ້ງານພາຍໃນອົງກອນ
- ປະເພດທີ 3: ການປ່ອຍກ໊າສເຮືອນແກ້ວທາງອ້ອມອື່ນໆເຊັ່ນ: ການເດີນທາງຂອງພະນັກງານ ການເດີນທາງໄປປະຊຸມຂອງຜູ້ບໍລິຫານ ການໃຊ້ອຸປະກອນຕ່າງໆໃນສຳນັກງານ
ການປະເມີນ Carbon Footprint ຂອງອົງກອນຈະເຮັດໃຫ້ອົງກອນຮູ້ເຖິງສາເຫດ ແລະ ແຫຼ່ງປ່ອຍກ໊າສເຮືອນແກ້ວທີ່ເກີດຂື້ນ ແລະ ຊ່ວຍໃຫ້ຜູ້ຜະລິດສາມາດຫຼຸກຜ່ອນຕົ້ນທຶນການຜະລິດ ແລະ ໃຊ້ຊັບພະຍາ ກອນຢ່າງມີປະສິດທິພາບເຮັດໃຫ້ສາມາດເພີ່ມພາບລັກຂອງອົງກອນ ແລະ ຄວາມສາມາດໃນການແຂ່ງຂັນໃນເວທີການຄ້າໂລກ ລວມທັງການສ້າງໂອກາດດ້ານການລົງທຶນຮ່ວມກັບກຸ່ມທຸລະກິດທີ່ໃຫ້ຄວາມສຳຄັນກັບການຫຼຸດຜ່ອນຜົນກະທົບຈາກກ໊າສເຮືອນແກ້ວອີກດ້ວຍ.

Comments are closed.

    author

    Business Development Team.

    Archives

    February 2022
    July 2021

    RSS Feed

Powered by Create your own unique website with customizable templates.
  • Home
  • Services
  • Our story
  • Galleries
  • Career
  • Contact
  • Blog