• Home
  • Services
  • Our story
  • Galleries
  • Career
  • Contact
  • Blog
WASTE PRO GROUP
  • Home
  • Services
  • Our story
  • Galleries
  • Career
  • Contact
  • Blog

Carbon Credit

15/7/2021

 
Picture
​Carbon Credit : Business for Relieve Global Warming ຄາບອນເຄຼດິດ ທຸລະກິດຫຼຸດຜ່ອນໂລກຮ້ອນ
ຄາບອນເຄຼດິດຄືສິດໃນການປ່ອຍກ໊າສຄາບອນຂອງແຕ່ລະປະເທດ ຫຼື ອົງກອນ ກຳນົດຂືຶ້ນຕາມຂໍ້ຕົກລົງຂອງພິທີສານກຽວໂຕ (Kyoto Protocol) ໃນປີ 1997

​ເປົ້າໝາຍຫຼັກຂອງການສ້າງ ຄາບອນເຄຼດິດຄື ການຄວບຄຸມການປ່ອຍກ໊າສຄາບອນໄດອອກຊາຍ ແລະ ກ໊າສເຮືອນແກ້ວອື່ນໆ ຈາກກິດຈະກຳທາງອຸດສາຫະກຳຂອງແຕ່ລະປະເທດໂດຍສະເພາະປະເທດພັດທະນາແລ້ວ  ເພື່ອຫຼຸດຜ່ອນການເກີດພາວະໂລກຮ້ອນ
 
ຄາບອນເຄຼດິດຈະເກີດຂື້ນໄດ້ຫຼາຍວິທີເຊັ່ນ: ການປ່ຽນຮູບແບບດິນໃຫ້ກາຍເປັນແຫຼ່ງກັກເກັບຄາບອນ ຫຼື ການປູກຕົ້ນໄມ້. ການປັບປຸງພັດທະນາທີ່ສາມາດຫຼຸດຜ່ອນການໃຊ້ພະລັງງານ ຫຼື ສ້າງມົນລະພິດໜ້ອຍລົງເຊັ່ນ ການປ່ຽນເຄື່ອງຈັກໃຫ້ທັນສະໄໝຂື້ນ ຫຼື ການຕິດຕັ້ງໂຊລາເຊວ ເປັນຕົ້ນ.
 
ແຕ່ລະປະເທດຈະຊື້ຂາຍຄາບອນເຄດິດຜ່ານ Carbon Market ດ້ວຍລະບົບ Cap and Trade System ກໍຄື ປະເທດ ຫຼື ຜູ້ຜະລິດໃດປ່ອຍກ໊າສເຮືອນແກ້ວຫຼາຍ ຫຼື ໜ້ອຍກວ່າໂຄຕ້າການປ່ອຍກ໊າສຄາບອນສຸດທິທີ່ໄດ້ຮັບ ປະເທດ ຫຼື ຜູ້ຜະລິດນັ້ນກໍຈະສາມາດເຮັດການຊື້ ຫຼື ຂາຍຄາບອນເຄດິດກັບປະເທດ ຫຼື ຜູ້ຜະລິດ ອື່ນໆໄດ້
 
ປະເພດຂອງຄາບອນເຄຼດິດ ທີ່ເຮັດການຊື້ຂາຍກັນໄດ້ພາຍໃຕ້ພິທີສານກຽວໂຕ ສາມາດແບ່ງຕາມໜ່ວຍຂອງຄາບອນເຄຼດິດໄດ້ 3 ປະເພດໄດ້ແກ່
  1. ຄາບອນເຄຼດິດທີ່ມີໜ່ວຍເປັນ AAUs (Assigned Amount Units) ເກີດຈາກການຊື້ຂາຍສິດການປ່ອຍກ໊າສເຮືອນແກ້ວ ຫຼື Emission Trading: ET
  2. ຄາບອນເຄຼດິດທີ່ມີໜ່ວຍເປັນ ERUs (Emission Reduction Units  ) ເກີດຈາກການດຳເນີນການຮ່ວມກັນເພື່ອຫຼຸດຜ່ອນກ໊າສເຮືອນແກ້ວ ຫຼື Joint Implementation: JI
  3. ຄາບອນເຄຼດິດທີ່ມີໜ່ວຍເປັນ CERs (Certified Emission Reductions)  ເກີດຈາກການດຳເນີນໂຄງການກົນໄກພັດທະນາທີ່ສະອາດ ຫຼື Clean Development Mechanism: CDM
ການຊື້ຂາຍຄາບອນເຄດິດຈະຂາຍໃນຕະຫຼາດທີ່ເອີ້ນວ່າ “ຕະຫຼາດຄາບອນ” ຫຼື “ຕະຫຼາດຊື້ຂາຍຄາບອນ” (Carbon Market) ໂດຍຕະຫຼາດຄາອບອນແບ່ງອອກເປັນ 2 ກຸ່ມຄື ຕະຫຼາດທາງການ ແລະ ຕະຫຼາດແບບສະໝັກໃຈ. ການຊື້ຂາຍຄາບອນເຄຼດິດຕາມພິທີສານກຽວໂຕນີ້ປະເທດທີ່ຢູ່ໃນບັນຊີຕະຫຼາດທາງການຈະຕ້ອງຫຼຸດຄາບອນຂອງຕົວເອງລົງໃຫ້ໄດ້ໃນອັດຕາທີ່ເພີ່ມຂື້ນເລື້ອຍໆ ພາຍໃນປີ 2012 ຕ້ອງຫຼຸດໃຫ້ໄດ້ 5% ໃນປີ 2020 ຕ້ອງຫຼຸດໃຫ້ໄດ້ 18% ແລະ ຂໍ້ຕົກລົງລ່າສຸດທີ່ກຣຸງປາຣີສຄືໃນປີ 2030 ຕ້ອງຫຼຸດໃຫ້ໄດ້ 40% (ຖ້າຫຼຸດບໍ່ໄດ້ກໍຕ້ອງຊື້ເອົາ)
 
ຕະຫຼາດຊື້ຂາຍຄາບອນມີຢູ່ຫຼາຍແຫ່ງເຊັ່ນ: ເອີຣົບ ອະເມຣິກາ ແລະ ລ່າສຸດປະເທດຈີນກໍກຳລັງຈະເປີດຕະຫຼາດຄາບອນຂອງປະເທດຕົວເອງ
ມູນຄ່າຄ່າຕະຫຼາດຂອງຄາບອນເຄຼດິດຂອງໂລກກໍເຕີບໂຕຂື້ນແບບກ້າວກະໂດດ
ປີ 2006 ມີມູນຄ່າ 0.7 ລ້ານລ້ານ
ປີ 2011 ມີມູນຄ່າ 5.63 ລ້ານລ້ານ
ປີ 2019 ມີມູນຄ່າ 6.78 ລ້ານລ້ານ
ປີ 2020 ມີມູນຄ່າ 8.70 ລ້ານລ້ານ
ໝາຍເຫດ: (ສະກຸນເງິນບາດ ฿ )
 
ໂດຍລາຄາການຊື້ຂາຍຄາບອນເຄຼດິດນັ້ນຈະເປັນການຕົກລົງລາຄາລະຫວ່າງຜູ້ຊື້ກັບຜູ້ຂາຍ ບໍ່ມີລາຄາກາງຂອງຕະຫຼາດ ແລະ ມູນຄ່າຄາບອນຈາກບາງກິດຈະກຳຈະແພງກວ່າປົກກະຕິ ເຊັ່ນການປູກຕົ້ນໄມ້ຈະແພງກວ່າການປ່ຽນເຄື່ອງຈັກໃນປະລິມານການຫຼຸດທີ່ເທົ່າກັນ.
 
ຖ້າການຫຼຸດຄາບອນມີມູນຄ່າ ເຮົາສາມາດຂາຍຄາບອນທີ່ເຮົາຫຼຸດໄດ້ເລີຍບໍ່? ເຊັ່ນການປູກຕົ້ນໄມ້ ແຍກຂີ້ເຫຍື້ອ ລ້ວນແຕ່ຊ່ວຍຫຼຸດຄາບອນທັງນັ້ນ ແຕ່ເຮົາກໍຍັງບໍ່ສາມາດຂາຍໄດ້ເລີຍ ສິ່ງທີ່ຍັງເປັນອຸປະສັກຄື “ການຮັບຮອງ” ໂດຍໂຄງການໜຶ່ງໆ ທີ່ຈະສາມາດວາງຂາຍຄາບອນໄດ້ນັ້ນຈະຕ້ອງໄດ້ຮັບການຮັບຮອງຈາກຜູ້ຊ່ຽວຊານ ເຊິ່ງມີຄ່າໃຊ່ຈ່າຍຫຼາຍ ເມື່ອທຽບກັບມູນຄ່າຂອງຄາບອນທີ່ບໍ່ສູງຫຼາຍ ເຮັດໃຫ້ການຊື້ຂາຍຄາບອນຍັງຈຳກັດຢູ່ໃນໂຄງການຂະໜາດໃຫຍ່ເທົ່ານັ້ນ.

Comments are closed.

    author

    Business Development Team.

    Archives

    February 2022
    July 2021

    RSS Feed

Powered by Create your own unique website with customizable templates.
  • Home
  • Services
  • Our story
  • Galleries
  • Career
  • Contact
  • Blog